บทความ

ຮູ້ສຶກເສຍດາຍຖ້າໃຈມັນຈະບໍ່ມີຄວາມຮັກອີກຕ່ໍໄປ ແຕ່ຖ້າເປັນຢ່າງທີ່ຜ່ານໆມາກໍເຈັບຫຼາຍພໍແລ້ວລະ. ຄົນທີ່ຫົວໃຈບໍ່ມີຄວາມຮັກແລ້ວ ເບິ່ງແບບໃດມັນກໍນ່າເສົ້າແມ່ນບໍ...ແລະ ຂ້ອຍບໍ່ມັກທີ່ມັນເປັນແບບນັ້ນເລີຍ. ມັນກໍຈະມີຢູ່ຫວາຄົນທີ່ຢາກໄດ້ຄວາມຮັກລົ້ນໃຈທີ່ເຮົາຢາກໃຫ້ໄປນີ້. ຍັງຮູ້ສຶກຢາກຮັກຕ່ໍໄປ ແຕ່ຄືຈັງວ່າໃຈເຈັບອີກບໍ່ໄຫວແລ້ວ. ບໍ່ໄດ້ຢາກບັງຄັບໃຫ້ໃຜມາຮັກດອກ...ຢ່າເຂົ້າໃຈຜິດ ແລະ ຢ່າໄດ້ສົງສານ. ເພາະມັນຈະບໍ່ອອກມາດີຢາງທີ່ເຈົ້າຫວັງໄວ້ດອກ. ປ.ລ ຫຼາຍມື້ແລ້ວທີ່ບໍ່ໄດ້ລົມກັນ. ແຕ່ເປັນແບບນີ້ກະດີແລ້ວ ໃນເມື່ອບໍ່ໄດ້ຮັກກັນກະຢ່າທຳທ່າມາແຄເກີນໄປ ຄົນທີ່ຕັດໃຈຢູ່ນີ້ມັນລຳບາກ.  ຄວາມເສຍ ໃຈ ແລະ ຄວາມເຈັບປວດທີ່ກູເປັນຢູ່ ທີ່ກູໃຫ້ມືງມາເປັນຕົວກຳນົດມັນ. ເທື່ອນີ້ມັນຈະເປັນແບບໃດກະບໍ່ຮູ້ເລີຍ ແຕ່ຄິດວ່າມືງກະຄົງຕ້ອງການໃຫ້ກູເຊົາມັກແທ້ໆແລ້ວ ເຊິ່ງທີ່ຜ່ານມາກະບໍ່ຮູ້ເປັນຫຍັງມືງບໍ່ຍອມໃຫ້ຄວາມຮ່ວມມື ແລະ ເບິ່ງຄືບໍ່ຕ້ອງການໃຫ້ເປັນແບບນັ້ນ ແລະ ມືງກໍຍັງແຄກັນນຳ. ແຕ່ວ່າເທື່ອນີ້ບໍ່ແຄກັນແລ້ວແມ່ນບໍ...ບໍ່ຮູ້ເດ້. ກູຍັງຮັກມືງບໍ ໃຫ້ຕອບກະຄົງຈະຕອບວ່າຮັກ ຮັກຫຼາຍນຳ ແຕ່ວ່າ ກູເຈັບແລະເມື່ອຍແຮງ ເບິ່ງມືງຄືຈັງແຄກັນ ແຕ່ກໍແຄໃຜຄົນນັ້ນຫຼາຍກວ່າ ແລະ ເບິ່ງຈັງວ່າກູຄົງບໍ່ມີໂອກາດໄດ້ສົມຫວັງ ກູ...