ຮູ້ສຶກເສຍດາຍຖ້າໃຈມັນຈະບໍ່ມີຄວາມຮັກອີກຕ່ໍໄປ ແຕ່ຖ້າເປັນຢ່າງທີ່ຜ່ານໆມາກໍເຈັບຫຼາຍພໍແລ້ວລະ.
ຄົນທີ່ຫົວໃຈບໍ່ມີຄວາມຮັກແລ້ວ ເບິ່ງແບບໃດມັນກໍນ່າເສົ້າແມ່ນບໍ...ແລະ ຂ້ອຍບໍ່ມັກທີ່ມັນເປັນແບບນັ້ນເລີຍ.
ມັນກໍຈະມີຢູ່ຫວາຄົນທີ່ຢາກໄດ້ຄວາມຮັກລົ້ນໃຈທີ່ເຮົາຢາກໃຫ້ໄປນີ້.
ຍັງຮູ້ສຶກຢາກຮັກຕ່ໍໄປ ແຕ່ຄືຈັງວ່າໃຈເຈັບອີກບໍ່ໄຫວແລ້ວ.
ບໍ່ໄດ້ຢາກບັງຄັບໃຫ້ໃຜມາຮັກດອກ...ຢ່າເຂົ້າໃຈຜິດ ແລະ ຢ່າໄດ້ສົງສານ. ເພາະມັນຈະບໍ່ອອກມາດີຢາງທີ່ເຈົ້າຫວັງໄວ້ດອກ.
ປ.ລ ຫຼາຍມື້ແລ້ວທີ່ບໍ່ໄດ້ລົມກັນ. ແຕ່ເປັນແບບນີ້ກະດີແລ້ວ ໃນເມື່ອບໍ່ໄດ້ຮັກກັນກະຢ່າທຳທ່າມາແຄເກີນໄປ ຄົນທີ່ຕັດໃຈຢູ່ນີ້ມັນລຳບາກ.

 ຄວາມເສຍ ໃຈ ແລະ ຄວາມເຈັບປວດທີ່ກູເປັນຢູ່ ທີ່ກູໃຫ້ມືງມາເປັນຕົວກຳນົດມັນ. ເທື່ອນີ້ມັນຈະເປັນແບບໃດກະບໍ່ຮູ້ເລີຍ ແຕ່ຄິດວ່າມືງກະຄົງຕ້ອງການໃຫ້ກູເຊົາມັກແທ້ໆແລ້ວ ເຊິ່ງທີ່ຜ່ານມາກະບໍ່ຮູ້ເປັນຫຍັງມືງບໍ່ຍອມໃຫ້ຄວາມຮ່ວມມື ແລະ ເບິ່ງຄືບໍ່ຕ້ອງການໃຫ້ເປັນແບບນັ້ນ ແລະ ມືງກໍຍັງແຄກັນນຳ. ແຕ່ວ່າເທື່ອນີ້ບໍ່ແຄກັນແລ້ວແມ່ນບໍ...ບໍ່ຮູ້ເດ້. ກູຍັງຮັກມືງບໍ ໃຫ້ຕອບກະຄົງຈະຕອບວ່າຮັກ ຮັກຫຼາຍນຳ ແຕ່ວ່າ ກູເຈັບແລະເມື່ອຍແຮງ ເບິ່ງມືງຄືຈັງແຄກັນ ແຕ່ກໍແຄໃຜຄົນນັ້ນຫຼາຍກວ່າ ແລະ ເບິ່ງຈັງວ່າກູຄົງບໍ່ມີໂອກາດໄດ້ສົມຫວັງ ກູເລີຍຕ້ອງຖອຍອອກມາ.
 ກູກະຫວັງແຕ່ກູຈະສຳຄັນກັບມືງ ແລະ ມືງອາດຈະຕ້ອງການຮັກສາກູໄວ້ແນ່...ກູຈະຮັກມືງຢ່າງທີ່ກູເປັນ ແຕ່ກໍຈະຖອຍອອກມາເພື່ອໃຫ້ພື້ນທີ່ສ່ວນຕົວກັບມືງ ແລະ ກູເອງຈະໄດ້ປັບປຸງຕົວເອງໃຫ້ເປັນຜູ້ເປັນຄົນດີໆຄືຄົນອື່ນແດ່. ຖືສາວ່າປ່ອຍໃຫ້ມັນເປັນແບບທີ່ມັນຄວນຈະເປັນກໍແລ້ວກັັນ.

ความคิดเห็น